ໃນວັນທີ 12 ກໍລະກົດ 2024 ຈັດພິທີປິດຝຶກອົບຮົມວຽກງານການກໍານົດຕົວຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ທີ່ໂຮງແຮມ ຈໍາປາສັກແກຣນ ນະຄອນປາກເຊ, ແຂວງຈໍາປາສັກ ໂດຍການເປັນປະທານຂອງ ທ່ານ ພັທ ຖາວອນ ແກ້ວພິລາ ຮອງຫົວໜ້າກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ແລະ ທ່ານ ນາງ ສຸລິວອນໄຊ ພຣົມມາລາ ບໍລິຫານໂຄງການສ້າງຄວາມເຂັ້ມແຂງໃຫ້ເຄືອຂ່າຍຕ້ານການຄ້າມະນຸດລະດັບຊາດ ແລະ ການເຂົ້າເຖິງຂະບວນຍຸຕິທໍາ ມີຜູ້ເຂົ້າຮ່ວມຈາກບັນດາພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດແຂວງ, ຄະນະສະຫະພັນແມ່ຍິງແຂວງ, ຂັ້ນພະແນກ ແລະ ວິຊາການຈາກ ແຂວງຈໍາປາສັກ, ອັດຕະປື, ເຊກອງ, ສາລະວັນ, ຄໍາມ່ວນ ແລະ ສະຫວັນນະເຂດ.

ໃນພິທີດັ່ງກ່າວຈັດຕັ້ງພິທີໄດ້ຜ່ານບົດສະຫລຸບດ້ານດີ-ດ້ານອ່ອນ ຕະຫຼອດໄລຍະຂອງການຝຶກອົບຮົມ, ຄູຝຶກໄດ້ເອົາໃຈໃສ່ໃນການສິດສອນຖ່າຍທອດບົດຮຽນ ເຫັນໄດ້ວ່າ ຜ່ານການຝຶກອົບຮົມເປັນເວລາ 05 ວັນ ບັນດານັກສຳມະນາກອນໄດ້ເອົາໃຈໃສ່ໃນການຄົ້ນຄວ້າຮໍ່າຮຽນ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ, ໂດຍມີການສົມທຽບບົດຮຽນ ແລະ ການຈັດຕັ້ງປະຕິບັດຕົວຈິງ ເປັນຕົ້ນແມ່ນຂອດການປະຕິບັດກົດໝາຍ ການກໍານົດຕົວຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ເພື່ອໃຫ້ສ່ອດຄອງ ແລະ ເປັນເອກະພາບກັນ ນັບແຕ່ສູນກາງລົງຮອດທ້ອງຖິ່ນ.

ໃນຕອນທ້າຍຂອງພິທີຍັງໄດ້ມອບຮັບໃບຢັ້ງຢືນໃຫ້ແກ່ນັກສໍາມະນາກອນຜູ້ເຂົ້າຮ່ວມ ມອບໂດຍ ທ່ານ ພັທ ຖາວອນ ແກ້ວພິລາ ຮອງຫົວໜ້າກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ.

Scan the code