ໃນທ້າຍອາທິດທີ່ຜ່ານມາ ຄະນະກອງເລຂາຕ້ານການຄ້າມະນຸດ ແຂວງ ຄຳມ່ວນ ຮ່ວມກັບອົງການແຜນງານອາຊຽນ-ອົດສະຕຣາລີ ເພື່ອຕ້ານການຄ້າມະນຸດ ປະຈຳ ສປປ ລາວ ໄດ້ຈັດກອງປະຊຸມຝຶກອົບຮົມວຽກງານການສ້າງແຜນງານ ວ່າດ້ວຍການຕ້ານການຄ້າມະນຸດ ໃຫ້ຄະນະກຳມະການຕ້ານການຄ້າມະນຸດຂັ້ນແຂວງ ( ແຂວງ ວຽງຈັນ, ບໍລິຄຳໄຊ, ໄຊສົມບູນ ແລະ ແຂວງ ຄຳມ່ວນ ) ໂດຍເປັນປະທ່ານຮ່ວມ ທ່ານ ພຈົວ ທິບພະຈັນ ໂພໄຊ, ຫົວໜ້າກອງບັນຊາການແຂວງ ຄຳມ່ວນ ແລະ ທ່ານ ພັທນາງ ສິດທິເດດ ພຸດທະພັນ ຮອງຫົວໜ້າກົມຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວານສະຫງົບ, ມີນັກສຳມະນາກອນເຂົ້າຮ່ວມຈຳນວນ 53 ທ່ານ, ຍິງ 13 ທ່ານ.

ຈຸດປະສົງຝືກອົບຮົມໃນຄັ້ງນີ້ ແມ່ນເພື່ອເຮັດໃຫ້ນັກສຳມະນາກອນບັນດາ 04 ແຂວງ,( ແຂວງວຽງຈັນ, ບໍລິຄຳໄຊ, ໄຊສົມບູນ ແລະ ແຂວງ ຄຳມ່ວນ) ໄດ້ມີຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບວຽກງານນຳສະເໜີຄວາມເປັນມາຂອງການຮ່າງແຜນງານແຫ່ງຊາດວ່າດ້ວຍຕ້ານການຄ້າມະນຸດໄລຍະທີ III ( 2021 – 2025 ), ຂັ້ນຕອນ ແລະ ວິທີການຂຽນແຜນງານແຫ່ງຊາດເພື່ອເປັນແບບຢ່າງໃນການຮ່າງແຜນງານ ວ່າດ້ວຍຕ້ານການຄ້າມະນຸດຂັ້ນແຂວງ ແລະ ຂັ້ນເມື່ອງ, ຂັ້ນຕອນ ແລະ ວິທີການສ້າງແຜນງົບປະມານແຜນງານ ວ່າດ້ວຍຕ້ານການຄ້າມະນຸດຂັ້ນແຂວງ, ພ້ອມທັງຍົກສູງການຮ່ວມມືພາຍໃນ ແຂວງ ແຕ່ລະພາກສ່ວນທີ່ກ່ຽວຂ້ອງໃນວຽກງານຕ້ານການຄ້າມະນຸດ, ຮ່ວມມືກັນໃນການຊ່ວຍເຫຼືອຜູ້ຖືກເຄາະຮ້າຍ ແລະ ກຸ່ມສ່ຽງເພື່ອໃຫ້ນັກສຳມະນາກອນແຕ່ລະທ່ານນຳໄປລາຍງານຫົວໜ້າຂະແໜງການຂອງຕົນໃຫ້ຮັບຮູ້, ເຫັນໄດ້ຄວາມສຳຄັນ ແລະ ສະໜັບສະໜູນໃນການປະຕິບັດໃຫ້ຈັດສັນງົບປະມານເຂົ້າໃນການຈັດຕັ້ງປະຕິບັດວຽກຈຸດສຸມນຳໃຊ້ເຂົ້າໃນແຜນງານແຫ່ງຊາດວ່າດ້ວຍຕ້ານການຄ້າມະນຸດໄລຍະ IV ຕາມແຜນສືບຕໍ່ໃນປີ 2026-2030 ເພື່ອຮັບໃຊ້ວຽກງານສະກັດກັ້ນ ແລະ ຕ້ານການຄ້າມະນຸດ.

ໃນຕອນທ້າຍຂອງການຝືກອົບຮົມ ທ່ານ ນາງ ນີເພັດ ແກ້ວດວງດີ, ຮອງພະແນກ ແຮງງານສະຫວັດດີການສັງຄົມແຂວງ ຄຳມ່ວນ, ຍັງຮຽກຮ້ອງໃຫ້ບັນດານັກສໍາມະນາກອນໃຫ້ສືບຕໍ່ເອົາໃຈໃສ ການສ້າງແຜນງານ ວ່າດ້ວຍການຕ້ານການຄ້າມະນຸດໃຫ້ມີການປະສານງານກັນຢ່າງເປັນປະຈຳ, ໂດຍສະເພາະແມ່ນການຈັດກອງປະຊຸມປະຈຳໄຕມາດ, ປະຈຳປີ ເພື່ອແລກປ່ຽນຈຸດດີ ຂໍ້ຄົງຄ້າງ ແລະ ຖອດຖອນບົດຮຽນເຊິ່ງກັນ ແລະ ກັນໃຫ້ເຫັນໄດ້ເຖິງບັນຫາທີ່ຈະຕ້ອງໄດ້ສືບຕໍ່ນຳໄປຈັດຕັ້ງປະຕິບັດຢູ່ແຂວງ ແລະ ເມືອງໃນຕໍ່ໜ້າຢ່າງມີປະສິດທິຜົນ.

Scan the code