ໃນຕອນເຊົ້າຂອງວັນທີ 06 ກຸມພາ 2024 ທີ່ສະໂມສອນພະແນກສຶກສາທິການ ແລະ ກິລາ ແຂວງໄຊສົມບູນ ຄະນະຮັບຜິດຊອບລົງຝຶກອົບຮົມສ້າງເຄືອຂ່າຍວຽກງານຕ້ານການຄ້າມະນຸດ ແລະ ວຽກງານເຍົາວະຊົນ-ອະນຸຊົນ ໃຫ້ພະນັກງານຮັບຜິດຊອບວຽກງານເຍົາວະຊົນ-ອະນຸຊົນ ທົ່ວແຂວງ ໄຊສົມບູນ ໂດຍການເປັນປະທານຂອງ ທ່ານ ນວນທອງ ສຸວັນໄຊ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ມີທ່ານ ນາງ ປານີ ກິນດາວົງ ກຳມະການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຫົວໜ້າກົມເຍົາວະຊົນ, ກອງເລຂາຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ ເຂົ້າມີຄະນະບໍລິຫານງານຊາວໜຸ່ມ, ເລຂາ, ຮອງເລຂາໜ່ວຍຊາວໜຸ່ມອ້ອມຂ້າງແຂວງ ພ້ອມດ້ວຍ ສະມາຊິກຊາວໜຸ່ມ-ເຍົາວະຊົນທັນວາເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີທ່ານນາງ ເພັດນິຍົມ ພົມມະລິນ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ແຂວງໄຊສົມບູນ ໄດ້ລາຍງານ ການເຄື່ອນໄຫວວຽກງານຊາວໜຸ່ມ-ເຍົາວະຊົນທັນວາຕະຫຼອດໄລຍະ 1 ປີຜ່ານມາ ຄະນະບໍລິຫານງານຊາວໜຸ່ມເເຂວງໄຊສົມບູນ ໄດ້ນໍາພາກອງເຍົາວະຊົນ ຂອງຄະນະບໍລິຫານງານຊາວ ໜຸ່ມແຂວງເຂົ້າຮ່ວມງານແຂ່ງຂັນຕີກອງດຸລິຍາງ ທົ່ວປະເທດ ຊຶ່ງສາມາດຍາດໄດ້ອັນດັບທີ 4 ໃນ 18 ເເຂວງ, ນອກຈາກນັ້ນຍັງໄດຈັດເຝິກອົບຮົມວຽກງານເຍົາວະຊົນໃຫ້ພະນັກງານ ຮັບຜິດຊອບວຽກງານເຍົາວະຊົນ ໂດຍສະເພາະໄດ້ຈັດຕັ້ງປະຕິບັດຂະບວນການຂໍ້ແຂ່ງຂັນ 3 ດີ 4 ຮູ້ຂອງເຍົາວະຊົນທັນວາ ພ້ອມທັງໄດ້ເຜີຍແຜ່ເຊື່ອມຊຶມເລົ່າມູນເຊື້ອວັນສໍາຄັນຂອງຊາດ, ຂອງຄະນະຊາວໜຸ່ມ, ນອກຈາກນັ້ນຍັງໄດ້ເຂົ້າຮ່ວມຂະບວນການຕ່າງໆຢ່າງກວ້າງຂວາງເຊັ່ນວ່າ: ຂະບວນການອອກແຮງງານລວມ, ຂະບວນການສິລະປະວັນນະຄະດີ ແລະ ກິລາ ຢ່າງເປັນຂະບວນຝົດຟື້ນ. ພ້ອມນີ້ ກໍຍັງໄດ້ມອບວັດຖຸອຸປະກອນເຄື່ອງກິລາ ແລະ ເຄື່ອງແບບເຍົາວະຊົນ ໃຫ້ແກ່ປະຊາຊົນ, ຄອບຄົວທຸກຍາກ, ຊາວໜຸ່ມ-ເຍົາວະຊົນ ທີ່ປະຈຳຢູ່ໂຮງຮຽນທີ່ຂາດເຂີນ ແລະ ມີຄວາມຈຳເປັນທີຢູ່ຫ່າງໄກຊອກລີກ.

ໂອກາດດຽວກັນນີ້ທ່ານ ນວນທອງ ສຸວັນໄຊ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະບໍລິຫານງານຊາວໜຸ່ມ ແຂວງໄຊສົມບູນ ທີຍາດມາໄດ້ຜົນສຳເລັດໃນຫຼາຍດ້ານໃນໄລຍະຜ່ານມາ ແລະ ຍັງໄດ້ກ່າວອີກວ່າ ການຈັດເຝິກອົບຮົມສ້າງເຄືອຂ່າຍວຽກງານຕ້ານການຄ້າມະນຸດ ແລະ ວຽກງານເຍົາວະຊົນ-ອະນຸຊົນ ໃຫ້ພະນັກງານຮັບຜິດຊອບວຽກງານເຍົາວະຊົນ-ອະນຸຊົນ ແຂວງ ໄຊສົມບູນ. ທັງນີ້ກໍເພື່ອເປັນການຍົກໃຫ້ເຫັນ ສະພາບປະກົດການຫຍໍ້ທໍ້ໃນສັງຄົມ ເຮັດໃຫ້ຊາວໜຸ່ມໂດຍສະເພາະແມ່ຍິງ ແລະ ເດັກນ້ອຍຕົກເປັນເຫຍື່ອ ຂອງຂະບວນການຄ້າມະນຸດດ້ວຍຫລາຍຮູບຫລາຍແບບ ເປັນຕົ້ນ ການຖືກຕົວະຍົວະໄປອອກແຮງງານ, ການແຕ່ງດອງແອບແຝງ, ການຈ້າງໃຫ້ຖືພາ ແລະ ຮູບແບບອື່ນໆອີກ. ໂດຍແນໃສ່ການສ້າງຄວາມຮັບຮູ້, ຄວາມເຂົ້າໃຈໃຫ້ແກ່ສະມາຊິກຊາວໜຸ່ມ-ເຍົາວະຊົນທັນວາ ໃຫ້ສາມາດຮູ້ທັນຮູບແບບ ແລະ ກົນອຸບາຍການຕົວະຍົວະຫລອກລວງຂອງກຸ່ມຄົນບໍ່ດີ; ພ້ອມນີ້ ຍັງໄດ້ຍົກໃຫ້ເຫັນຄວາມສຳຄັນຂອງວຽກງານຕ້ານການຄ້າມະນຸດ ແລະ ການປົກປ້ອງຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ໃຫ້ທັນເວລາ ແລະ ມີປະສິດທິຜົນສູງ. ໂອກາດດຽວກັນນີ້ ຕາງໜ້າກົມເຍົາວະຊົນໄດ້ມອບເງິນຈໍານວນໜຶ່ງ ເພື່ອເປັນການຊຸກຍູ້, ໜູນໃຊ້ເຂົ້າໃນການເຄື່ອນໄຫວວຽກງານເຍົາວະຊົນ-ອະນຸຊົນ ແລະ ມອບເຄື່ອງຊ່ວຍເຫຼືອອີກຈໍານວນໜຶ່ງ.

Scan the code