ໃນວັນທີ 19 ກັນຍາ 2024 ຢູທີ່ສະໂມສອນບ້ານ ນາທອງ, ເມືອງວັງວຽງ ແຂວງວຽງຈັນ; ກົມຄຸ້ມຄອງທຸລະກິດການທ່ອງທ່ຽວ, ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ເປີດຊຸດຝຶກອົບຮົມວຽກງານຕ້ານການຄ້າມະນຸດໃຫ້ແກ່ພະນັກງານໃນຂະແໜງການທ່ອງທ່ຽວ ຂັ້ນທ້ອງຖິ່ນເຂດທີ່ມີການທ່ອງທ່ຽວຂະຫຍາຍຕົວສູງ ໂດຍການເປັນປະທານຮ່ວມຂອງ ທ່ານ ໄຊສົມບັດ ບຸນນະຜົນ ຮອງຫົວຫນ້າກົມຄຸ້ມຄອງທຸລະກິດການທ່ອງທ່ຽວ, ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແລະ ທ່ານ ດວງດາລາ ພວງຈັນລາ ຮອງຫົວຫນ້າຫ້ອງການ ຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ເມືອງວັງວຽງ, ມີຄູຝຶກຈາກກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ, ມີພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແຂວງ ວຽງຈັນ, ຫ້ອງການຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ເມືອງ ວັງວຽງ, ມີອໍານາດການປົກຄອງບ້ານເຂດພັດທະນາການທ່ອງທ່ຽວ 22 ບ້ານ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ; ຈໍານວນທັງໝົດ 45 ທ່ານ, ຍິງ 15 ທ່ານ.

ຈຸດປະສົງຂອງການຈັດຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອເປັນການສ້າງຄວາມເຂັ້ມແຂງ ແລະສ້າງເຄືອຄ່າຍສະໜອງຂໍ້ມູນໃຫ້ແກ່ພະນັກງານໃນຂະແໜງບໍລິການ ແລະ ທ່ອງທ່ຽວຂັ້ນທ້ອງຖິ່ນ, ອໍານາດການປົກຄອງບ້ານ ແລະ ປກສ ກຸ່ມ ໃນເຂດທີ່ມີການທ່ອງທ່ຽວຂະຫຍາຍຕົວສູງ ໄດ້ຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບນິຕິກຳ, ຜົນຮ້າຍຂອງການຄ້າມະນຸດ ແລະ ການກຳນົດຕົວຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ເພື່ອນໍາໄປຜັນຂະຫຍາຍເຂົ້າໃນການປະຕິບັດໜ້າທີ່ວຽກງານ ແລະ ໂຄສະນາເຜີຍແຜ່ໃຫ້ສັງຄົມໄດ້ຮັບຮູ້, ເຂົ້າໃຈ ແລະ ສາມາດເຂົ້າເຖິງການຊ່ວຍເຫຼືອໄດ້.

ການຝຶກອົບຮົມຄັ້ງນີ້ນັກວິທະຍາກອນຈາກກົມຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໄດ້ນຳສະເໜີ ກ່ຽວກັບສະພາບການຄ້າມະນຸດ ສາເຫດ, ເລ່ລ່ຽມ, ວິທີການ, ຜົນກະທົບ, ການປ້ອງກັນການຄ້າມະນຸດ, ການກຳນົດຕົວຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ແລະ ໄດ້ສ້າງກິດຈະກຳແບ່ງກຸ່ມສົນທະນາ ໂດຍໄດ້ຍົກເອົາກໍລະນີສຶກສາກ່ຽວກັບບັນຫາການຄ້າມະນຸດ ໃຫ້ຜູ້ເຂົ້າຮ່ວມໄດ້ຄົ້ນຄວ້າ ນອກຈາກນັ້ນຜູ້ເຂົ້າຮ່ວມກໍ່ໄດ້ຍົກເຫດການຕົວຈິງທີ່ເກີດຂຶ້ນພາຍໃນບ້ານຂອງຕົນມາປຶກສາຫາລືໃນການຝຶກອົບຮົມຄັ້ງນີ້ດ້ວຍ ທັງນີ້ກໍເພື່ອເຮັດໃຫ້ຜູ້ເຂົ້າຮ່ວມ ສາມາດຮັບຮູ້, ເຂົ້າໃຈ, ຮູ້ວິທີແກ້ໄຂບັນຫາດັ່ງກ່າວທີ່ເກີດຂຶ້ນພາຍໃນບ້ານຂອງຕົນ ໂດຍສະເພາະບັນຫາການແຕ່ງດອງລະຫວ່າງພົນລະເມືອງລາວ ແລະ ຄົນຕ່າງປະເທດ ແມ່ນໃຫ້ປະກອບເອກະສານໃຫ້ຖືກຕ້ອງ ຕາມດຳລັດ ວ່າດ້ວຍການແຕ່ງດອງລະຫວ່າພົນລະເມືອລາວ ກັບຄົນຕ່າງປະເທດ, ຄົນຕ່າງດ້າວ ແລະ ຄົນບໍ່ມີສັນຊາດ ສະບັບເລກທີ 184/ລບ, ລົງວັນທີ 10 ມີນາ 2021.

ພາບ-ຂ່າວ: ອານຸສອນ ຈັນທະວີພອນ

Scan the code