ວັນທີ 08 ກໍລະກົດ 2024 ທີ່ໂຮງແຮມ ຈໍາປາສັກແກຣນ ແຂວງຈໍາປາສັກ ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ກົມໃຫຍ່ຕໍາຫຼວດ, ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດຝຶກອົບຮົມຄູຝຶກວຽກງານການກໍານົດຕົວຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ໂດຍການເປັນປະທານຂອງ ທ່ານ ພັທ ຖາວອນ ແກ້ວພິລາ ຮອງຫົວໜ້າກົມກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ, ມີທ່ານ ພັອ ວິຊຽນ ດວງຄໍາ ຮອງຫົວໜ້າກອງບັນຊາການ ປກສ ແຂວງຈໍາປາສັກ ແລະ ທ່ານ ນາງ ສຸລິວອນໄຊ ພຣົມມາລາ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງໃຫ້ເຄື່ອຂ່າຍຕ້ານການຄ້າມະນຸດລະດັບຊາດ ແລະ ການເຂົ້າເຖິງຂະບວນຍຸຕິທໍາ ມີບັນດາພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມນຸດແຂວງ, ຄະນະສະຫະພັນແມ່ຍິງແຂວງ, ຂັ້ນພະແນກ ແລະ ວິຊາການຈາກ ແຂວງຈໍາປາສັກ, ອັດຕະປື, ເຊກອງ, ສາລະວັນ, ຄໍາມ່ວນ ແລະ ສະຫວັນນະເຂດ ເຂົ້າຮ່ວມ ລວມຈໍານວນທັງໝົດ 46 ຄົນ, ຍິງ 22 ຄົນ.

ຈຸດປະສົງໃນການຈັດຝຶກອົບຮົມໃນຄັ້ງນີ້ແມ່ນເພື່ຶຶອທົດລອງຝຶກອົບຮົມການນໍາໃຊ້ຄູ່ມືຝຶກອົບຮົມວຽກງານການກໍານົດຕົວຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ສໍາລັບຄູຝຶກ ໃຫ້ແກ່ເຈົ້າໜ້າທີ່ ປກສ ແຂວງ ແລະ ສະຫະພັນແມ່ຍິງແຂວງ ນັກສໍາມະນາກອນຈະໄດ້ຮຽນຮູ້ກ່ຽວກັບຄວາມຮູ້ພື້ນຖານການເປັນຄູຝຶກ, ຄວາມຮູ້ທົ່ວໄປກ່ຽວກັບສະພາບການຄ້າມະນຸດ, ສົນທິສັນຍາ, ກົດໝາຍທີ່ພົວພັນກ່ຽວກັບການຕ້ານການຄ້າມະຸນດ ແລະ ການກໍານົດຕົວຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ເຊິ່ງການຝຶກອົບຮົມດັ່ງກ່າວມີກິດຈະກໍາ ຖາມ-ຕອບ, ທົດລອງການສໍາພາດຜູ້ຖືກສົງໃສ, ທົດລອງການສ້າງບົດນໍາສະເໜີ ແລະ ຍັງໄດ້ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ການຝຶກອົບຮົມແມ່ນດໍາເນີນເປັນເວລາ 05 ວັນ, ວັນທີ 08-12 ກໍລະກົດ 2024.

ຂ່າວ+ພາບ: ທິດາ ສິດທິໄຊ

Scan the code