ໃນລະຫວ່າງວັນທີ 19-20 ທັນວາ 2023 ຜ່ານມາ, ຢູ່ທີ່ຫ້ອງປະຊຸມພະແນກກະສິກຳ ແລະ ປ່າໄມ້ ແຂວງຫຼວງພະບາງ, ກົມສື່ມວນຊົນ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຈັດກອງປະຊຸມຝຶກອົບຮົມການສ້າງສື່ໂຄສະນາ ແລະ ຜະລິດຕະພັນສື່ມວນຊົນ ວຽກງາານຕ້ານການຄ້າມະນຸດ ໃຫ້ຂະແໜງຖະແຫຼງຂ່າວ ແລະ ວັດທະນະທຳ ແຂວງຫຼວງພະບາງ, ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ບຸນເພັງ ສຸພາບ ຮອງຫົວໜ້າຫ້ອງການ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ວົງດາວອນ ວົງໄຊຍະລາດ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຫຼວງພະບາງ, ມີບັນດາທ່ານຜູ້ຕາງໜ້າຈາກຂະແໜງການຖະແຫຼງຂ່າວ ແລະ ວັດທະນະທຳ ເມືອງ ແລະ ພະນັກງານຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມຈຳນວນທັງໝົດ 48 ທ່ານ, ຍິງ 26 ທ່ານ.

ເພື່ອປະຕິບັດຕາມແຜນພັດທະນາເສດຖະກິດ ແຕ່ປີ 2021-2025 ຜັນຂະຫຍາຍເຂົ້າສູ່ວິຊາສະເພາະຕົວຈິງ ໄປຄ່ຽງຄູ່ກັບການຈັດຕັ້ງປະຕິບັດສອງວາລະແຫ່ງຊາດຄື: ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ, ເວົ້າລວມ, ເວົ້າສະເພາະ ກໍຄືການຈັດຕັ້ງປະຕິບັດແຜນງານແຫ່ງຊາດ ກ່ຽວກັບການສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໄລຍະ III ແຕ່ປີ 2021-2025 ແຕ່ສູນກາງລົງຮອດທ້ອງຖີ່ນ ໃນຂອບເຂດທົ່ວປະເທດໃຫ້ເປັນຮູບປະທໍາ. ເພື່ອເປັນການໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ-ລັດ ຕໍ່ກັບການປ້ອງກັນຕ້ານການຄ້າມະນຸດໃນທົ່ວສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈເຖິງໄພອັນຕະລາຍດັ່ງກ່າວ, ພັກ-ລັດຖະບານ ສປປ ລາວ ໄດ້ໃຫ້ຄວາມສຳຄັນສູງເປັນພິເສດ, ເພາະວ່າໃນໄລຍະຜ່ານມາປະເທດພວກເຮົາ ກໍ່ໄດ້ປະເຊີນໜ້າກັບບັນຫາດັ່ງກ່າວໃນຫຼາຍຮູບແບບ ເປັນຕົ້ນ: ການໝັ້ນໝາຍ ຫຼື ການແຕ່ງດອງແອບແຝງ; ການຂູດຮີດແຮງງານ, ການຂູດຮີດທາງເພດ ແລະ ການບັນຄັບໃຫ້ເປັນໂສເພນີ, ການເປັນຂ້າທາດ, ການຄ້າປະເວນີຂອງຜູ້ອື່ນ, ການໃຫ້ຖືພາ, ການເອົາເດັກໄປລ້ຽງ ຫຼື ການເອົາເດັກມາເປັນລູກລ້ຽງແອບແຝງ, ການເປັນຂໍທານ, ການຖ່າຍຮູບພາບ, ການເຜີຍແຜ່ສິ່ງລາມົກ, ການລັກພາຕົວ ແລະ ການເອົາອະໄວຍະວະຕ່າງໆຂອງຮ່າງກາຍໄປຂາຍ. ສະນັ້ນ, ເພື່ອເປັນກະບອກສຽງ ໃນການໂຄສະນາເຜີຍແຜ່, ອອກຂ່າວ ແລະ ປູກຈິດສຳນຶກໃນທົ່ວສັງຄົມ ໃຫ້ຮັບຮູ້ເຂົ້າໃຈຢ່າງເລີກເຊຶ່ງ ບົນພື້ນຖານປະສານສົມທົບຮ່ວມມືກັບທຸກພາກສ່ວນ ທັງພາກລັດ, ເອກະຊົນ ແລະ ອົງການຈັດຕັ້ງສາກົນ ຂັ້ນຕ່າງໆທີ່່ກ່ຽວຂ້ອງ ເພື່ອນຳເອົາແນວທາງນະໂຍບາຍຕໍ່ກັບການສະກັດກັ້ນການຄ້າມະນຸດຫັນລົງສູ່ຊຸມຊົນທ້ອງຖີ່ນ ເພື່ອເຮັດໃຫ້ປະຊາຊົນລາວບັນດາເຜົ່າຕ້ອງມີສະຕິລະວັງຕົວ ຕໍ່ກັບເລ່ລ້ຽມກົນອຸບາຍຂອງພວກຂະບວນການຄ້າມະນຸດທັງພາຍໃນ ແລະ ຕ່າງປະເທດ .

ໃນການຝຶກອົບຮົມຄັ້ງນີ້ ບັນດານັກສຳມະນາກອນ ຈະໄດ້ຮຽນຮູ້ ແລະ ເພີ້ມທັກສະຄວາມຮູ້ຄວາມສາມາດໃນຮູບແບບໃໝ່ໆກ່ຽວກັບການສ້າງສື່ໂຄສະນາວຽກງານຕ້ານການຄ້າມະນຸດ ເພື່ອນຳເອົາບົດຮຽນເຫຼົ່ານັ້ນນຳໄປໝູນໃຊ້ເຂົ້າໃນການເຄື່ອນໄຫວວຽກງານຂອງຕົນ ເຂົ້າໃນການແກ້ໄຂບັນຫາການຄ້າມະນຸດ ໃຫ້ນັບມື້ນັບໝົດໄປໃນທົ່ວສັງຄົມລາວ.

Scan the code