ໃນວັນທີ 12 ກັນຍາ 2024, ກອງເລຂາຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ ຮ່ວມກັບ ແຜນງານອາຊຽນ-ອົດສະຕຣາລີ ເພື່ອຕ້ານການຄ້າມະນຸດ (ASEAN-ACT) ປະຈຳ ສປປ ລາວ ຈັດກອງປະຊຸມປຶກສາຫາລືກ່ຽວກັບ ແຜນງານອາຊຽນ-ອົດສະຕຣາລີ ເພື່ອຕ້ານການຄ້າມະນຸດ ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຮ່ວມ ຂອງ ທ່ານ ພັທ ນາງ ສິດທິເດດ ພຸດທະພັນ ຮອງຫົວໜ້າກົມຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ແລະ ທ່ານ ອາເລັກ ດຸກ ຮອງຫົວໜ້າແຜນງານອາຊຽນ-ອົດສະຕຣາລີ ເພື່ອຕ້ານການຄ້າມະນຸດ ປະຈຳພາກພື້ນ, ມີຕາງໜ້າຈາກອົງການຈັດຕັ້ງສາກົນທີ່່ກ່ຽວຂ້ອງ ແລະ ຄະນະຮັບຜິດຊອບຊີ້ນຳແຜນງານອາຊຽນ – ອົດສະຕຣາລີ ມີຜູ້ເຂົ້າຮ່ວມທັງໝົດ 28 ທ່ານ.

ໃນກອງປະຊຸມຄັ້ງນີ້ ແມ່ນໄດ້ປຶກສາຫາລື ຄົ້ນຄ້ວາເຖິງຄວາມເປັນໄປໄດ້ໃນການຮ່ວມມືທີ່ສອດຄ່ອງກັບແຜນງານແຫ່ງຊາດ ແລະ ສອດຄ່ອງກັບບູລິມະສິດຂອງ ລັດຖະບານແຫ່ງ ສປປ ລາວ, ແຜນງານ ອາຊຽນ-ອົດສະຕຣາລີ ເພື່ອຕ້ານການຄ້າມະນຸດ ໄລຍະ 2 ແຕ່ປີ (2024-2028) ແມ່ນຈະລວມການຕອບໂຕ້ດ້ານຍຸຕິທໍາ ຕໍ່ການຕ້ານການຄ້າມະນຸດ, ເຊິ່ງນໍາໃຊ້ວິທີການໂດຍເອົາຜູ້ຖືກເຄາະຮ້າຍເປັນໃຈກາງ, ການບໍ່ແບ່ງແຍກ ແລະ ການຕອບໂຕ້ດ້ານບົດບາດຍິງ-ຊາຍ ແລະ ຈະເຮັດວຽກເພື່ອໃຫ້ການສະໜັບສະໜູນ ບັນດາປະເທດສະມາຊິກອາຊຽນ ເພື່ອເພີ່ມທະວີຄວາມຍຸຕິທໍາ ແລະ ການແກ້ໄຂບັນຫາສຳລັບຜູ້ຖືກເຄາະຮ້າຍຈາກການກົດຂີ່ຂູດຮີດໃນພາກພື້ນ. ນອກຈາກນັ້ນ, ກໍ່ຍັງໄດ້ສະໜັບສະໜູນພາກພື້ນ ເພື່ອສ້າງຄວາມເຂົ້າໃຈ ແລະ ແກ້ໄຂຄວາມສ່ຽງສະເພາະດ້ານ ໃນການຄ້າມະນຸດ, ສ້າງພື້ນຖານຫຼັກຖານໂດຍມີຈຸດສຸມອັນສະເພາະ ຂອງກຸ່ມທີ່ດ້ອຍໂອກາດ, ນໍາໃຊ້ກົນໄກພາກພື້ນທີ່ພົ້ນເດັ່ນ ແລະ ມີຢູ່ແລ້ວ ໃນການຈັດຕັ້ງປະຕິບັດພັນທະພາຍໃຕ້ສົນທິສັນຍາອາຊຽນ ວ່າດ້ວຍການຕ້ານການຄ້າມະນຸດ ໂດຍສະເພາະ ແມ່ຍິງ ແລະ ເດັກນ້ອຍ, ວຽກງານທີ່ກ່ຽວກັບສິດທິຂອງຜູ້ຖືກເຄາະຮ້າຍ, ຄວາມສະເໝີພາບບົດບາດຍິງ-ຊາຍ, ຄວາມພິການ ແລະ ການຮວມເອົາທຸກຄົນໃນສັງຄົມ, ເຊິ່ງແຜນງານໄລຍະ 2 ນີ້ ແມ່ນຈະດຳເນີນ 4 ໂຄງການ ຄື: 1. ເພີ່ມທະວີການຮ່ວມມືພາຍໃນ ແລະ ຂະແໜງການອື່ນ; 2. ສ້າງຄວາມຮູ້ສະຖາບັນ ແລະ ພັດທະນາຄວາມເປັນມືອາຊີບ; 3. ປັບປຸງໃຫ້ມີຄວາມໂປ່ງໃສ ແລະ ຄວາມຖືກຕ້ອງໃນການຕ້ານການຄ້າມະນຸດ; 4. ການປະສານງານ ແລະ ການນຳພາໃນວຽກງານຕ້ານການຄ້າມະນຸດ.

ພາບ-ຂ່າວ:ລັດສະໝີ

Scan the code