ໃນລະຫວ່າງວັນທີ 23-24 ພະຈິກ 2023 ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ, ທ່ານ ພັທ ວັນປະດິດ ຈັນທະວົງ ຮອງຫົວໜ້າກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໄດ້ນໍາພາຄະນະຮັບຜິດຊອບທີ່ກ່ຽວຂ້ອງເຂົ້າຮ່ວມ ກອງປະຊຸມເຈົ້າໜ້າທີ່ອາວຸໂສຄອມມິດ (SOM COMMIT) ຄັ້ງທີ 15 ໂດຍການເປັນປະທານຂອງ ທ່ານ ດຣ ນາງ ຄັນທາ ພາວີ ລັດຖະມົນຕີກະຊວງແມ່ຍິງ, ລັດຖະບານແຫ່ງຣາຊະອານາຈັກກຳປູເຈຍ ນອກຈາກນັ້ນກໍ່ຍັງມີ ສປ ຈີນ, ສະທາລະນະລັດສະຫະພາບມຽນມາ, ຣາຊະອານາຈັກໄທ, ສສ ຫວຽດນາມ ກໍ່ໄດ້ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ໂດຍຜ່ານລະບົບອອນລາຍ.

ທ່ານ ພັທ ວັນປະດິດ ຈັນທະວົງ ຮອງຫົວໜ້າກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໄດ້ລາຍງານຕໍ່ກອງປະຊຸມ ວ່າ: ສປປ ລາວ ກໍ່ເປັນປະເທດໜື່ງທີ່ໃຫ້ຄວາມສຳຄັນ ແລະ ສົນໃຈ ຕໍ່ກັບຂໍ້ລິເລີ້ມ ການສ້າງກົນໄກການສົ່ງຕໍ່ລະຫວ່າງປະເທດ TRM ໃນບັນດາປະເທດລຸ່ມແມ່ນ້ຳຂອງ ເນື່ອງຈາກວ່າ ມັນເປັນກົນໄກການຮ່ວມມື ແລະ ຊ່ວຍເຫຼືອເຊີ່ງກັນ ແລະ ກັນຂອງບັນດາປະເທດລຸ່ມແມ່ນ້ຳຂອງ ໃນການປົກປ້ອງ ແລະ ຊ່ວຍເຫຼືອພົນລະເມືອງຂອງຕົນໃນກໍລະນິຕົກເປັນຜູ້ຖືກເຄາະຮ້າຍຢູ່ປະເທດໃດໜື່ງຂອງບັນດາປະເທດລຸ່ມແມ່ນ້ຳຂອງ ໃນການກັບຄືນປະເທດ ໃຫ້ວ່ອງໄວ ແລະ ມີຄວາມປອດໄພ. ເຫັນໄດ້ວ່າ ການສ້າງກົນໄກດັ່ງກ່າວ ກໍ່ມີສິ່ງທ້າທາຍຫຼາຍຢ່າງ ເປັນຕົ້ນແມ່ນ ກົດໝາຍພາຍໃນຂອງແຕ່ລະປະເທດ, ການປະສານງານລະຫວ່າງປະເທດ ລວມທັງຄວາມເປັນເອກະພາບກັນໃນການເລືອກຊ່ອງທາງໃນກົນໄກດັ່ງກ່າວ ທີ່ມີອັນແຕກຕ່າງກັນ ເຊັ່ນວ່າ : ກອບໄລຍະເວລາຂອງກົດໝາຍກຳນົດ, ຊ່ອງທາງໃນການປະສານງານອື່ນໆ. ນອກຈາກນັ້ນກໍ່ໄດ້ປະກອບຄໍາເຫັນກ່ຽວກັບການແກ້ໄຂບັນຫາການຄ້າມະນຸດທີ່ເກີດຈາກການນຳໃຊ້ເຕັກໂນໂລຊີ ສປປ ລາວ ເປັນປະເທດໜຶ່ງໃນບັນດາປະເທດ ທີ່ປາສະຈາກບໍ່ໄດ້ບັນຫາທີ່ມີຄວາມສ່ຽງຈາກການຄ້າມະນຸດ ເຊີ່ງມີຮູບແບບເກີດຂື້ນປ່ຽນແປງໄປເປັນແຕ່ລະໄລຍະ, ອັນພົ້ນເດັ່ນກວ່າໝູ່ ໃນປີ 2022 ແລະ ປີ 2023 ພວກຄົນບໍ່ດີໄດ້ນຳໃຊ້ເຕັກໂນໂລຊີສະໄໝໃໝ່ ໃນການຕົວະຍົວະຫຼອກລວງຜ່ານທາງສື່ສັງຄົມອອນລາຍ ເຮັດໃຫ້ບັນດາໄວໜຸ່ມຍິງ-ຊາຍ ທັງຄົນລາວ ແລະ ຕ່າງປະເທດ ພາກັນຫຼັ່ງໄຫຼ ໄປອອກແຮງງານເຮັດວຽກຜິດກົດໝາຍ ຢູ່ເຂດທີ່ມີຄວາມສ່ຽງ ເຊັ່ນ: ການຄ້າປະເວນີ, ການຂົນຂວາຍເອົາເດັກຍິງໄປເຕັ້ນໂຊອອກຕິກຕອ໊ກ, ການແຕ່ງດອງບໍ່ຖືກຕ້ອງ, ການໄລ້ສົດໂປ້ເປືອຍ, ການໂຄສະນາຕົວະໄປອອກແຮງງານຢູ່ພາຍໃນ ແລະ ຕ່າງປະເທດ, ເຮັດໃຫ້ໄວໜຸ່ມຍີງ-ຊາຍຄົນລາວ ຄົນຕ່າງປະເທດ ຕົກເປັນຜູ້ຖືກເຄາະຮ້າຍຫຼາຍສົມຄວນ ເຈົ້າໜ້າທີ່ສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໄດ້ເອົາໃຈໃສ່ກວດກາບັນດາ ກຸ່ມຄົນທີ່ເຄື່ອນໄຫວໂຄສະນາຊັກຊວນ ໃຫ້ໄປເຮັດວຽກ ຫຼື ອື່ນໆ ຢູ່ໜ້າສື່ສັງຄົມອອນລາຍ ເປັນຕົ້ນແມ່ນ ເຟສບຸກ, ຕິກຕ໋ອກ ແລະ ໄດ້ເກັບກຳຂໍ້ມູນຫຼັກຖານ ຂະຫຍາຍຜົນຈົນສາມາດນຳຈັບຕົວກຸ່ມຄົນດັ່ງກ່າວມາດຳເນີນຄະດີ ແລະ ໄດ້ຊ່ວຍເຫຼືອຜູ້ຖືກເຄາະຮ້າຍ ຢ່າງວ່ອງໄວທັນເວລາ.

ນອກຈາກນີ້ໃນກອງປະຊຸມຍັງໄດ້ສະເໜີຕໍ່ກັບບັນດາປະເທດສະມາຊິກຄອມມິດ ເພື່ອສ້າງແຜນ ສະປາ 5 (SPA5) ດັ່ງນີ້: ສ້າງ ແລະ ປັບປຸງ ນະໂຍບາຍ, ກົດໝາຍ ແລະ ນິຕິກຳ ພາຍໃນປະເທດ ລວມທັງບັນດາບົດບັນທຶກ ແລະ ສັນຍາ ທີ່ແຕ່ລະປະເທດໄດ້ລົງນາມກັນ ໃນກອບ 02 ຝ່າຍ ຫຼື ຫຼາຍຝ່າຍ ອາດຈະໄດ້ຮັບການປັບປຸງ ຫຼື ສ້າງອັນໃໝ່ຂຶ້ນມາເພີ່ມເຕີມ ເພື່ອໃຫ້ມີເນື້ອໃນຄົບຖ້ວນ, ກວມລວມໃນທຸກດ້ານ, ທັນກັບສະພາບການຂອງສັງຄົມທີ່ມີການປ່ຽນແປງ ໃນແຕ່ລະໄລຍະ, ລົງໂຄສະນາຜົນຮ້າຍຂອງການຄ້າມະນຸດໂດຍການສ້າງສື່ໂຄສະນາຮ່ວມກັນໃນຫົກປະເທດລຸ່ມແມ່ນ້ຳຂອງ, ຖືເອົາຜູ້ຖືກເຄາະຮ້າຍເປັນໃຈກາງ ຕ້ອງຊ່ວຍເຫຼືອເຂົາເຈົ້າຈາກສະຖານທີ່ຄ້າມະນຸດ ໃຫ້ທັນເວລາ, ຊ່ວຍເຫຼືອໃນດ້ານຕ່າງໆທີ່ຈຳເປັນ ແລະ ສົ່ງເຂົາກັບຄືນສູ່ຄອບຄົວ, ພ້ອມທັງຕິດຕາມ ແລະ ຮັບປະກັນວ່າເຂົາຈະບໍ່ກັບມາເປັນຜູ້ຖືກເຄາະຮ້າຍຈາກການຄ້າມະນຸດຄືນອີກ ແລະ ເລັ່ງຕິດຕາມ-ຈັບຕົວຜູ້ຄ້າມະນຸດໃຫ້ທັນເວລາ ແລະ ສະພາບການ, ລວມທັງການປະສານສົມທົບໃນບັນດາປະເທດຄອມມິດ ແລະ ຊຸກຍູ້ໃຫ້ມີການຊ່ວຍເຫຼືອການຈັບຕົວຜູ້ກະທຳຜິດທີ່ເອົາຕົວຫຼົບໜີ ມາດຳເນີນຄະດີຕາມລະບຽບກົດໝາຍ.

Scan the code