ໃນວັນທີ 26 ກຸມພາ 2021, ຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຕ້ານການຄ້າມະນຸດ 5 ປີ (2016-2020) ແລະ ແຜນການປີ 2021-2025 ທີ່ຫໍວັດທະນະທໍາແຫ່ງຊາດ, ພາຍໃຕ້ການເປັນປະທານຂອງ ທ່ານ ປອ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ປະທານຄະນະກໍາມະການຕ້ານການຄ້າມະນຸດ ລະດັບຊາດ, ມີບັນດາທ່ານຮອງປະທານຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ, ຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ, ຄະນະກໍາມະການຕ້ານການຄ້າມະນຸດແຂວງ,​ ນະຄອນຫຼວງວຽງຈັນ, ບັນດາສະມາຊິກກອງເລຂາຄະນະກໍາມະການຕ້ານການຄ້າມະນຸດ ແລະ ແຂກຖືກເຊີນເຂົ້າຮ່ວມ.

ທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ກໍາມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ຮອງປະທານຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ (ຜູ້ປະຈຳການ) ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານຕ້ານການຄ້າມະນຸດ ໃນໄລຍະ 05 ປີຜ່ານມາ ເຊີ່ງທ່ານໄດ້ຍົກໃຫ້ເຫັນຜົນສໍາເລັດ ແລະ ຜົນງານຫຼາຍດ້ານ ເປັນຕົ້ນແມ່ນສໍາເລັດສ້າງກົດໝາຍວ່າດ້ວຍການຕ້ານການຄ້າມະນຸດ, ປະມວນກົດໝາຍອາຍາປີ 2017, ແຜນປະຕິບັດງານຂັ້ນລັດຖະມົນຕີ 06 ປະເທດລຸ່ມແມ່ນໍ້າຂອງໄລຍະ IV, ແຜນງານແຫ່ງຊາດ ວ່າດ້ວຍການຕ້ານການຄ້າມະນຸດ ໄລຍະປີ 2017-2020 ປະກອບມີ 05 ແຜນກງານ, 23 ໂຄງການ 138 ກິດຈະກໍາ, ສໍາເລັດສ້າງປື້ມຄູ່ມືການກໍານົດຕົວຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ, ປື້ມຄູ່ມືຝຶກອົບຮົມຄູຝຶກວຽກງານໂຄສະນາ, ປື້ມຄູ່ມືຝຶກອົບຮົມວຽກງານໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ; ປື້ມຄູ່ມືກ່ຽວກັບການດຳເນີນຄະດີຄ້າມະນຸດ, ປື້ມຄູ່ມືວ່າດ້ວຍການພິຈາລະນາຄະດີຄ້າມະນຸດ, ປື້ມຄູ່ມືກ່ຽວກັບຂັ້ນຕອນການປະຕິບັດທີ່ເປັນມາດຖານດ້ານການສົ່ງກັບ ແລະ ຄືນສູ່ສັງຄົມ ຂອງຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ (SOP) ລາວ-ໄທ, ດຳລັດວ່າດ້ວຍການຊ່ວຍເຫຼືອທາງດ້ານກົດໝາຍ, ດໍາລັດ245/ນຍ ວ່າ​ດ້ວຍ​ການຈັດ​ຕັ້ງ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ຄະນະ​ກຳມະການ​ຕ້ານ​ການ​ຄ້າ​ມະນຸດ ແລະ ເອກະສານສໍາຄັນອື່ນໆ, ພ້ອມນັ້ນຍັງ ປະຕິບັດວຽກງານຕ້ານການຄ້າມະນຸດ ແລະ ທິດທາງແຜນການປະຈຳປີ, ໄດ້ປັບປຸງກົນຈັກການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຕ້ານການຄ້າມະນຸດລະດັບຊາດ, ຂັ້ນແຂວງ, ນະຄອນຫຼວງວຽງຈັນ ແລະ ຂັ້ນເມືອງໃຫ້ມີຄວາມເຂັ້ມແຂງ, ໄດ້ສຸມໃສ່ວຽກງານໂຄສະນາປູກຈິດສໍານຶກດ້ວຍຫຼາຍວິທີເປັນຕົ້ນໄດ້ມີລາຍການໂທລະພາບ, ວິທະຍຸ ແລະ ເວັບໄຊ ຂອງຄະນະກໍາມະການຕ້ານການຄ້າມະນຸດ,  ແລະ ໄດ້ເອົາວຽກງານຕ້ານການຄ້າມະນຸດແຊກຊ້ອນເຂົ້າໃນຫຼັກສູດຊັ້ນມັດທະຍົມສຶກສາ ມ1 ຫາ ມ7, ລົງໂຄສະນາຕ້ານການຄ້າມະນຸດ ໃຫ້ບັນດາແຂວງ, ເມືອງ, ບ້ານ, ສໍານັກງານ, ອົງການ, ໂຮງຮຽນ ໃນທົ່ວປະເທດ 17 ແຂວງ 1 ນະຄອນຫຼວງ, ວາງແຜນ ແລະ ຮັບຜູ້ຖືກເຄາະຮ້າຍທີ່ສົ່ງມາ​ແຕ່ຕ່າງປະເທດ, ພ້ອມທັງເຜີຍແຜ່ຂໍ້ມູນຂ່າວສານໃຫ້ແກ່ແຮງງານເຄື່ອນຍ້າຍໃນຊຸມຊົນ ແລະ ກຸ່ມສ່ຽງທີ່ຈະຕົກເປັນຜູ້ຖືກເຄາະຮ້າຍ, ດ້ານວຽກງານການ​ດຳ​ເນີນ​ຄະ​ດີ ແລະ ບັງຄັບໃຊ້ກົດໝາຍ​​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ບັນດາ​ແຂວງ​ໃນ​ຂອບ​ເທດ​ທົ່ວ​ປະ​ເທດ ແກ້​ໄຂ​ບັນຫາ​ການ​ຄ້າ​ມະນຸດໄດ້ຫຼາຍຄະດີອັນພົ້ນ​ເດັ່ນ ສາມາດມ້າງຄະດີອານາຈານເດັກ ແລະ ເຜີຍແຜ່ພາສິ່ງລາມົກ, ກຸ່ມໃຫ້ຖືພາ ຫຼື ອຸ້ມບຸນ ຄະດີມິດສະຈານທີ່ພົວພັນກັບຄົນຕ່າງປະເທດ,ໄດ້ພິຈາລະນາຕັດສິນຄະດີຄ້າມະນຸດວາງໂທດສູງ​ສຸດ ແມ່ນ 15 ປີ ປັບ​ໄໝສູງ​ສຸດ​ແມ່ນ 100.000.000 ກີບ ແລະ ໃຫ້ພວກຈໍາເລີຍໃຊ້ແທນຄ່າເສຍຫາຍດ້ານການ​ປົກ​ປ້ອງ ແລະ ຊ່ວຍ​ເຫຼືອ​ຜູ້​ຖືກ​ເຄາະ​ຮ້າຍ, ຕິດຕາມ ແລະ ໃຫ້ການຊ່ວຍເຫຼືອຜູ້ອອກແຮງງານລາວທີ່ກັບຈາກຕ່າງປະເທດເນື່ອງຈາກການແຜ່ລະບາດຂອງພະຍາດໂຄວິດ 19 ຊຶ່ງມີແຮງງານລາວກັບຄືນປະເທດໂດຍຜ່ານຊ່ອງທາງດ່ານສາກົນ ມີຈຳນວນຫຼາຍກວ່າ 147.000 ຄົນ, ນອກນັ້ນ ຍັງໄດ້ຮັບຜູ້ຖືກເຄາະຮ້າຍ ແລະ ກຸ່ມສ່ຽງຈາກການຄ້າມະນຸດ ທັງພາຍໃນ ແລະ ຕ່າງປະເທດ, ມີກຸ່ມສ່ຽງ ແລະ ຜູ້ຖືກເຄາະຮ້າຍເຂົ້າມາພັກຢູ່ສູນປົກປ້ອງ ແລະ ຊ່ວຍເຫຼືອແມ່ຍິງເດັກນ້ອຍ 423 ຄົນ, ໄດ້ຝຶກອົບຮົມວິຊາຊີບໄລຍະສັ້ນໃຫ້ແກ່ຜູ້ຖືກເຄາະຮ້າຍ ແລະ ກຸ່ມສ່ຽງຈາກການຄ້າມະນຸດ ທັງໝົດ 84 ຄົນ, ຍິງ 61 ຄົນ, ຊາຍ 23 ຄົນ ແລະ ວຽກງານສໍາຄັນອື່ນໆຢ່າງຫຼວງຫຼາຍ, ພ້ອມດຽວກັນນີ້ ບັນດາຜູ້ເຂົ້າຮ່ວມກອງປະຊຸມ ກໍ່ໄດ້ປະກອບຄໍາເຫັນ ເພື່ອເປັນການຕີລາຄາສະພາບ, ຜົນການຈັດຕັ້ງປະຕິບັດວຽກງານ, ຄົງຄ້າງ, ພ້ອມທັງ ໄດ້ວາງທິດທາງວຽກງານຕ້ານການຄ້າມະນຸດ ໄລຍະ ແຕ່ປີ 2021-2025 ເພື່ອເຮັດໃຫ້ບັນຫາການຄ້າມະນຸດຫຼຸດລົງ, ສາມາດເອົາຜູ້ກະທໍາຜິດມາລົງໂທດຕາມກົດໝາຍ, ສາມາດປົກປ້ອງ ແລະ ຊ່ວຍເຫຼືອຜູ້ຖືກເຄາະຮ້າຍ ແລະ ກຸ່ມສ່ຽງໃຫ້ຫຼາຍຂື້ນກວ່າເກົ່າ. ພ້ອມດຽວກັນນີ້ ຍັງໄດ້ມອບການຍ້ອງຍໍຜົນງານ 5 ປີ (2016-2020) ຂອງບຸກຄົນ ແລະ ກົມກອງ ຕາມລັດຖະດໍາລັດຂອງປະທານປະເທດ ສະບັບເລກທີ 235/ປປທ, ລົງວັນທີ 24 ກຸມພາ 2021 ວ່າດ້ວຍການປະດັບຫຼຽນໄຊແຮງງານຄື: ຫຼຽນໄຊແຮງງານຊັ້ນ 1 ມີ 68 ທ່ານ ແລະ 20 ກົມກອງ, ຫຼຽນໄຊແຮງງານ ຊັ້ນ 2 ມີ 118 ທ່ານ ແລະ 14 ກົມກອງ, ຫຼຽນໄຊແຮງງານຊັ້ນ 3 ມີ 208 ທ່ານ ແລະ 13 ກົມກອງ, ຫຼຽນກາແຮງງານມີ 319 ທ່ານ ແລະ 04 ກົມກອງ, ພ້ອມນັ້ນຍັງໄດ້ມອບໃບຍ້ອງຍໍລັດຖະບານ ຈໍານວນ 161 ທ່ານ ທີ່ໄດ້ປະກອບສ່ວນດ້ານເຫື່ອແຮງ, ສະຕິປັນຍາ ເຂົ້າໃນການປະຕິບັດວຽກງານຕ້ານການຄ້າມະນຸດ.

Scan the code