ກອງປະຊຸມດັ່ງກ່າວໄດ້ຈັດຂື້ນໃນຕອນເຊົ້າວັນທີ 16 ມັງກອນ 2024 ທີ່ ໂຮງແຮມຄຣາວພາຊາ ນະຄອນຫຼວງວຽງຈັນ, ເປັນການສືບຕໍ່ປຶກສາຫາລື ລະຫວ່າງ ກອງເລຂາຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ກັບ ບໍລິສັດອານີໄຊ ກໍ່ສ້າງ ແລະ ສ້ອມແປງເຄຫາສະຖານ,ຂົວທາງຈໍາກັດ. ໂດຍການເປັນປະທານຂອງ ທ່ານ ພົຈວ ແກ່ນຈັນ ພົມມະຈັກ ຮອງຫົວໜ້າກົມໃຫຍ່ຕໍາຫຼວດ,ຫົວໜ້າກອງເລຂາຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ, ມີສະມາຊິກກອງເລຂາຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ, ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ແລະ ທ່ານ ອານິໄຊ ສຸຂະວົງ ຜູ້ອໍານວຍການ ບໍລິສັດ ພ້ອມດ້ວຍຄະນະ ເຂົ້າຮ່ວມກອງປະຊຸມ ຈໍານວນຜູ້ເຂົ້າຮ່ວມທັງໝົດ 29 ທ່ານ, ຍິງ 11 ທ່ານ.

ຈຸດປະສົງໃນການຈັດກອງປະຊຸມໃນຄັ້ງນີ້ແມ່ນເພື່ອໃຫ້ທາງບໍລິສັດໄດ້ຊີ້ແຈງຕໍ່ປະເດັນເຈາະຈີ້ມຂອງທ່ານປະທານ ແລະ ຜູ້ເຂົ້າຮ່ວມກອງປະຊຸມໃນຄັ້ງກ່ອນ ກ່ຽວກັບການສະເໜີເຊົ່າ-ສໍາປະທານສູນເຮືອນພັກຊົ່ວຄາວຜູ້ຖືກເຄາະຮ້າຍທາງພາກເໜືອ, ທ່ານ ອານິໄຊ ສຸຂະວົງ ຜູ້ອໍານວຍການບໍລິສັດ ໄດ້ນໍາສະເໜີກ່ຽວກັບບົດວິພາກໂຄງການຂອງບໍລິສັດທີ່ເອີ້ນວ່າ: ’’ສູນບໍລິການພັກເຊົາຊົ່ວຄາວ ອານິໄຊ’’ ເຊິ່ງໃຫ້ເຫັນເຖິງພາບລວມຂອງໂຄງການ,ຈຸດປະສົງ ຄາດໝາຍ,ກຸ່ມເປົ້າໝາຍ,ກິດຈະກໍາຂອງໂຄງການ, ສະຖານທີ່ ແລະ ສິ່ງອໍານວຍຄວາມສະດວກ, ການບໍລິຫານງານ ແລະ ພະນັກງານໂຄງການ,ການເປີດໃຫ້ບໍລິການ,ການດໍາເນີນງານ,ຄ່າບໍລິການ ແລະ ຂອບເວລາ, ລະບຽບກົດໝາຍທີ່ກ່ຽວຂ້ອງ, ການຮ່ວມມືທາງພາກລັດ,ງົບປະມານ ແລະ ກອງທຶນ,ການກວດກາ,ຕິດຕາມ ແລະ ປະເມີນຜົນ,ຄວາມຢືນຢົງ ແລະ ຜົນກະທົບ. ໃນກອງປະຊຸມໄດ້ມີການສົນທະນາປຶກສາຫາລືປະກອບຄໍາເຫັນຂອງບັນດາຜູ້ເຂົ້າຮ່ວມຢ່າງກົງໄປກົງມາ, ຈາກນັ້ນ ທ່ານ ພົຈວ ແກ່ນຈັນ ພົມມະຈັກ ໄດ້ສະເໜີໃຫ້ທາງບໍລິສັດ, ກອງເລຂາຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ແລະ ຂະແໜ່ງການທີ່ກ່ຽວຂ້ອງ ປັບປຸງບົດວິພາກໂດຍສະເພາະຊື່ໂຄງການໃຫ້ເປັນເອກະພາບກັນຕາມຈຸດປະສົງຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ, ປັບປຸງກົນໄກ ແລະ ວິທີການເຮັດວຽກຮ່ວມມືກັນ ເພື່ອຊ່ວຍເສີມໃຫ້ອົງການພາກລັດມີຄວາມເຂັ້ມແຂງ ແລະ ມີການຊ່ວຍເຫຼືອຜູ້ຖືກເຄາະຮ້າຍໃຫ້ນັບມື້ນັບດີຂື້ນ.

ຕອນທ້າຍກອງປະຊຸມ ທ່ານ ພົຈວ ແກ່ນຈັນ ພົມມະຈັກ ກ່າວຂອບໃຈທາງບໍລິສັດທີ່ໄດ້ສະເໜີເຈດຈໍານົງດີໆໂດຍສະເພາະໂຄງການນີ້ມາຊ່ວຍເຫຼືອສົ່ງເສີມທາງພາກລັດຂອງພວກເຮົາໃນການແກ້ໄຂບັນຫາການຄ້າມະນຸດທີ່ກໍາລັງປະເຊີນຢູ່, ຂອບໃຈມາຍັງບັນດາທ່ານທີ່ເປັນຕົວແທນກອງເລຂາຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດທີ່ປະກອບຄວາມຄິດເຫັນ ຂ້າພະເຈົ້າຄິດວ່າຖ້າໂຄງການນີ້ສໍາເລັດກໍ່ຈະເປັນແຮງບັນດານໃຈ ແລະ ພວກເຮົາຈະສ້າງເປັນຕົວແບບທີ່ດີໃນບ້ານເຮົາ.

Scan the code