ໃນວັນທີ 15 ກຸມພາ 2024 ທີ່ໂຮງແຮມລາວເທວ, ນະຄອນຫຼວງວຽງຈັນ, ກອງເລຂາຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ ຮ່ວມກັບ ແຜນງານອາຊຽນ-ອົດສະຕຣາລີ ເພື່ອຕ້ານການຄ້າມະນຸດ (ASEAN-ACT) ປະຈຳ ສປປ ລາວ ໄດ້ຈັດກອງປະຊຸມຄະນະຮັບຜິດຊອບຊີ້ນໍາແຜນງານອາຊຽນ-ອົດສະຕຮາລີ ເພື່ອຕ້ານການຄ້າມະນຸດ (NPSC) ປະຈໍາປີ 2023 ໂດຍການເປັນປະທານຮ່ວມ ຂອງ ທ່ານ ພົຈວ ເເກ່ນຈັນ ພົມມະຈັກ ຮອງຫົວໜ້າກົມໃຫຍ່ຕໍາຫຼວດ, ກະຊວງປ້ອງກັນຄວາມສະຫງົບ, ຫົວໜ້າກອງເລຂາຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ, ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນຳແຜນງານ ອາຊຽນອົດສະຕຣາລີ ເພື່ອຕ້ານການຄ້າມະນຸດ ປະຈຳ ສປປ ລາວ ແລະ ທ່ານ ນາງ ເຄັດ ວໍເລສ (Kate Wallace) ເລຂາ2, ຜູ້ຮັບຜິດຊອບພະແນກອາຊຽນ ຈາກສະຖານທູດອົດສະຕຣາລີ ປະຈໍາ ສປປ ລາວ ມີອົງການຈັດຕັ້ງສາກົນທີ່່ກ່ຽວຂ້ອງ ແລະ ຄະນະຮັບຜິດຊອບຊີ້ນຳແຜນງານອາຊຽນ – ອົດສະຕຣາລີ ຜູ້ເຂົ້າຮ່ວມທັງໝົດ 24 ທ່ານ,ຍິງ 10 ທ່ານ ແລະ ຍັງມີພາກສ່ວນທາງອອນລາຍອີກ 02 ທ່ານກໍ່ໄດ້ເຂົ້າຮ່ວມ.

ກອງປະຊຸມໃນຄັ້ງນີ້ໄດ້ນໍາສະເໜີຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນງານອາຊຽນ-ອົດສະຕາລີ ທີ່ໄດ້ລົງນາມຮ່ວມກັນ ກຳນົດ 10 ປີ(ແຕ່ປີ 2018-2028) ປະກອບມີເພື່ອນຮ່ວມງານ 04 ພາກສ່ວນ ຄື : ກົມຕຳຫຼວດສະກັດກັ້ນແລະຕ້ານການຄ້າມະນຸດ, ອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ ແລະ ສູນໃຫ້ຄຳປຶກສາແລະປົກປ້ອງແມ່ຍິງ – ເດັກນ້ອຍ ສູນກາງສະຫະພັນແມ່ຍິງລາວ.

ທ່ານ ພັອ ກິແກ້ວ ຈັນທະລັງສີ ຮອງກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານໃນໜຶ່ງປີຜ່ານມາ ປະກອບມີ 03 ກິດຈະກໍາດັ່ງນີ້: 1. ສ້າງຄວາມອາດສາມາດກ່ຽວກັບຫຼັກຖານທາງດ້ານດິຈີຕອນ/ເອເລກໂທນິກ ເຮັດໃຫ້ເຈົ້າໜ້າທີ່ດ້ານຂະແໜງການຍຸຕິທໍາຂັ້ນສູນກາງໃຫ້ມີຄວາມເຂົ້າໃຈດີຂື້ນກ່ຽວກັບຫຼັກຖານທາງດ້ານດິຈີຕອນ, 2. ການກໍານົດຕົວຜູ້ຖືກເຄາະຮ້າຍຈາກການຄ້າມະນຸດໃນຂັ້ນຕອນການສືບສວນ-ສອບສວນ ສໍາລັບເຈົ້າໜ້າທີ່ຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ເຮັດໃຫ້ການສືບສວນ-ສວບສວນຄະດີ ຄ້າມະນຸດ ແລະ ການກໍານົດຕົວຜູ້ຖືກເຄາະຮ້າຍຢ່າງມີປະສິດທິພາບ ແລະ ທັນເວລາ ມາຮອດປະຈຸບັນແມ່ນຢູ່ໃນຂັ້ນຕອນການຈັດພິມ ແລະ ອະນຸມັດນໍາໃຊ້ປຶ້ມດັ່ງກ່າວ, 3. ຂໍ້ມູນຂ່າວສານດ້ານລະບົບຍຸຕິທໍາ (ຕໍາຫຼວດ,ໄອຍະການ ແລະ ສານ) ເຮັດໃຫ້ການປະສານງານຂອງຂະແໜງການຍຸຕິທໍາໃນຄະດີຄ້າມະນຸດ, ອໍານວຍຄວາມສະດວກໃນການຕິດຕາມຈໍານວນຕົວເລກຄະດີຄ້າມະນຸດ, ອີກດ້ານໜຶ່ງ ມັນກໍ່ຈະຊ່ວຍໃນການດໍາເນີນ ຄະດີຄ້າມະນຸດໃຫ້ມີຄວາມຊັດເຈນ ແນ່ນອນ ແລະ ໄວຂື້ນ. ໃນກອງປະຊຸມຍັງໄດ້ລາຍງານຜົນສໍາເລັດທີ່ພົ້ນເດັ່ນຂອງແຜນງານອາຊຽນອົດສະຕຣາລີ ເພື່ອຕ້ານການຄ້າມະນຸດ ປະຈຳ ສປປ ລາວ ດັ່ງນີ້: ໄດ້ປັບປຸງຄວາມອາດສາມາດກາຽວກັບວຽກງານຕ້ານການຄ້າມະນຸດໃຫ້ແກ່ເຈົ້າໜ້າທີ່ຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ, ໄອຍະການ ແລະ ຜູ້ພິພາກສາໃນການດໍາເນີນຄະດີການຄ້າມະນຸດ; ການເຊື່ອມສານວຽກງານດ້ານຄວາມສະເໝີພາບຍິງ-ຊາຍ ແລະ ການຮ່ວມເອົາທຸກຄົນໃນສັງຄົມ ແລະ ສິດທິຂອງຜູ້ຖືກເຄາະຮ້າຍ ເຂົ້າໃນແຜນຝຶກອົບຮົມຂອງລັດຖະບານ ລວມທັງ ການສືບສວນ-ສອບສວນ ແລະ ການດໍາເນີນຄະດີຄ້າມະນຸດ.

ທິດທາງແຜນການໃນຕໍ່ໜ້າແມ່ນຈະໄດ້ຮັບຮອງ, ຈັດພິມ ແລະ ຝຶກອົບຮົມເຜີຍແຜ່ປຶ້ມຄູ່ມືຝຶກອົບຮົມວຽກງານສືບສວນ-ສອບສວນຄະດີຄ້າມະນຸດ; ຕິດຕາມຊຸກຍູ້ດ້ານວິຊາການ ດ້ານວຽກງານການຕິດຕາມ, ກວດກາການດໍາເນີນຄະດີຄ້າມະນຸດໂດຍເອົາຜູ້ຖືກເຄາະຮ້າຍເປັນໃຈກາງໃຫ້ແກ່ແຂວງເປົ້າໝາຍ ແລະ ການຕິດຕາມຊຸກຍູ້ດ້ານວິຊາການວຽກງານການປົກປ້ອງ,ຊ່ວຍເຫຼືອ ແລະ ສົ່ງຕໍ່ຜູ້ຖືກເຄາະຮ້າຍໃຫ້ແຂວງເປົ້າໝາຍ.

Scan the code